ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ II ຂອງບັນດາກົມກອງເຂດ VII


   ວັນທີ 21 ມິຖຸນາ 2023 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳ ໄຕມາດ II ປີ 2023 ແລະ ວາງທິດທາງແຜນການປະຈຳໄຕມາດ III ປີ 2023 ທົ່ວກອງທັບເຂດໃຈກາງຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານຂອງ ສະ ຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ. ມີຄະນະພັກ-ຄະນະບັນຊາ ກົມ 213, ກອງບັນຊາການທະຫານອາກາດ, ກອງບັນຊາການທະ ຫານນະຄອນຫຼວງ, ກອງພັນໃຫຍ່ 11, ກອງພັນໃຫຍ່ 703, ລັດວິສະຫະກິດ ພກອ, ອົງການໄອຍະການທະຫານພາກກາງ, ສານທະຫານພາກກາງ, ຫ້ອງການ ເມືອງ ກົມໃຫຍ່ການເມືອງກອງທັບ, ຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ເຂົ້າຮ່ວມ. ໃນ ກອງປະຊຸມ ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍງານສະພາບການປະຕິບັດໜ້າທີ່ວຽກງານຮອບດ້ານທີ່ພົ້ນເດັ່ນ ໂດຍປິ່ນອ້ອມ 4 ໜ້າ ທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາບັນດາກົມກອງ ໄດ້ຖືເອົາວຽກງານສຶກສາອົບ ຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເປັນກົກໂດຍຕິດພັນກັບທຸກຂົງເຂດວຽກງານ, ໄດ້ຈັດຕັ້ງພະນັກງານ-ວິຊາການລົງກໍ່ສ້າງຮາກຖານການ ເມືອງ ສົບທົບກັບອຳນາດການປົກຄອງທ້ອງຖິ່ນ ເຄື່ອນໄຫວເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຂົງເຂດຂອງແຕ່ລະກົມກອງຮັບຜິດຊອບ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ພ້ອມກັນນັ້ນ ກໍໄດ້ເປັນເຈົ້າການຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆຂອງສັງຄົມ ໂດຍໄດ້ນໍາ ເອົາເນື້ອໃນຂອງມະຕິຕ່າງໆລົງໄປເຜີຍແຜ່ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ ພະນັກງານ-ນັກຮົບ ທຸກສະຫາຍມີແນວຄິດຫຼັກໝັ້ນ ແລະ ມີສະຕິ ຕື່ນຕົວ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ. ໄປພ້ອມໆກັບການປັບປຸງກໍ່ສ້າງພັກ-ພະ ນັກງານ ຕິດພັນກັບຂະບວນການສ້າງກົມກອງປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງວັດທະນະທໍາ-ນັກຮົບວັດທະນະທໍາ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງທາງ ດ້ານຈໍານວນ ແລະ ຄຸນນະພາບ ພ້ອມທັງ ສຸມໃສ່ພັດທະນາພື້ນຖານໂຄງລ່າງຂອງກົມກອງຂອງຕົນ ໃຫ້ມີຄວາມແໜ້ນໜາຖາວອນ, ຍ້ອນຄະນະພັກ-ຄະນະບັນ ຊາແຕ່ລະກົມກອງ ໄດ້ເປັນເຈົ້າການຊີ້ນໍາ-ນໍາພາ ເຄື່ອນໄຫວວຽກງານຕາມພາລະບົດບາດຂອງກົມກອງ ສາມາດເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນ ເທິງມອບໝາຍໃຫ້. ຈາກນັ້ນ ແຕ່ລະກົມກອງຍັງໄດ້ລາຍງານທິດທາງແຜນການໄຕມາດ III ປີ 2023 ຕໍ່ກອງປະຊຸມ ເພື່ອສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມ ສະຫງົບ, ໜັກແໜ້ນ, ເຂັ້ມແຂງ ແລະ ເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງດ້ວຍຄວາມຮັບຜິດຊອບສູງ. ໃນໂອກາດນີ້, ສະຫາຍ ພົນຕີ ປອ ວົງຄຳ ພົມມະ ກອນ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງຕ້ອງໄດ້ເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງ ໃນທຸກດ້ານ, ໂດຍສະເພາະ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ, ວຽກງານເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ເອົາໃຈໃສ່ ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ກຽມພ້ອມສູ້ຮົບເພື່ອຮັບປະກັນ ແລະ ທັນກັບສະພາບການ, ເອົາໃຈໃສ່ເພີ່ມທະວີຕິດຕາມກວດກາ ແລະ ຄຸ້ມຄອງພະນັກງານ-ນັກຮົບ ໃນການນຳໃຊ້ສື່ສັງຄົມອອນລາຍ, ສືບຕໍ່ກວດກາຄຸນນະພາບກົມກອງປອດໃສ ເຂັ້ມແຂງ ໜັກແໜ້ນ, ຍົກສູງວຽກງານພະນັກງານ ຢ່າງຕັ້ງໜ້າ, ເລິກເຊິ່ງ ແລະ ຮອບດ້ານ, ເອົາໃຈໃສ່ຈັດຕັ້ງເພີ່ມພູນຜະລິດຜົນ ເພື່ອຊອກແຫຼ່ງລາຍຮັບເຂົ້າສູ່ກົມກອງ ບົນພື້ນຖານເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບການປະຢັດມັດທະຍັດ, ປົກປັກຮັກສາພາຫະນະ-ເຕັກນິກ ອາວຸດ-ກະສຸນ ບໍ່ໃຫ້ເປ່ເພເສຍຫາຍ, ສືບຕໍ່ຮ່ວມມືກັບ ບັນດາເພື່ອນມິດຍຸດທະສາດສາກົນ.


ແຫຼ່ງທີ່ມາ:ພິດ​ສະ​ໄໝ ແກ້ວ​ມະ​ນີ
ວັນທີ 26/06/2023